ປາແດກລາວ ປາແດກຮຸ່ງເຮືອງສິນ

ປາແດກລາວ ປາແດກຮຸ່ງເຮືອງສິນ
ປາແດກລາວ ໂຮງງານປາແດກລາວ ໂຮງງານປາແດກຮຸ່ງເຮືອງສິນ

วันเสาร์ที่ 25 เมษายน พ.ศ. 2558

ໂຮງງານປາແດກ ໂຮງງານປາແດກຮຸ່ງເຮືອງສິນ ໂຮງງານປາແດກລາວ

ນາງ ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານ ປາແດກ ຮຸ່ງເຮືອງສິນ
ງານວາງສະແດງສິນຄ້າ ຂອງໂຮງງານປາແດກ ຮຸ່ງເຮືອງສິນ

ໂຮງງານປາແດກ ໂຮງງານປາແດກຮຸ່ງເຮືອງສິນ ໂຮງງານປາແດກລາວ ປາແດກລາວ

ຜະລິດຕະພັນຂອງ ໂຮງງານປາແດກຮຸ່ງເຮືອງສິນ
ຂອງທ່ານນາງ ວິໄລສິນ ເຕີມຕານ
ໂຮງງານປາແດກ ຂອງຄົນລາວ ຈາກ ນາງວິໄລສິນ ເຕີນຕານ
ຄວາມສຳເລັດຈາກກ້າວນ້ອຍໆ
ຈາກຄອບຄົວຊາວໄຮ່ນາ ທີ່ມາເລີ່ມຄ້າຂາຍໂດຍນຳໃຊ້ທຶນເບື້ອງຕົ້ນພຽງ 10.000 ກີບ(ສິບພັນກີບ)ຕ້ອງອົດອອມ ທ້ອນຊັບກັບການສູ້ຊົນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ດຽວນີ້ ທ່ານນາງ ວິໄລສິນ ເຕີມຕານ ໄດ້ເປັນເຈົ້າຂອງ ໂຮງງານປາແດກຮຸ່ງເຮືອງສິນທີ່ໄດ້ຮັບກາໝາຍສັນຍາລັກສິນຄ້າໂອດ໊ອບ ຄອບຄົວຂອງນາງ ມີເຮືອນຢູ່ແບບແໜ້ນໜາຖາ ວອນມີຫ້ອງແຖວໃຫ້ກຳມະກອນຢູ່, ມີພາຫະນະຮັບໃຊ້ການຜະລິດ ແລະ ຮັບໃຊ້ພາຍໃນຄອບຄົວ, ມີຄວາມສາມາດປະ ກອບ ສ່ວນຊ່ວຍເຫລືອສັງຄົມໃນງານບຸນ ແລະ ງານວັນສຳຄັນຕ່າງໆຂອງຊາດ ນີ້ຄືຮູບປະທຳແຫ່ງຜົນສຳເລັດໃນໜ້າທີ່ ທີ່ໄດ້ຈາກຄວາມດຸໝັ່ນ, ຂະຫຍັນພຽນອົດທົນ ແລະ ຄວາມສາມັກຄີຂອງຄົນໃນຄອບຄົວ.    
ສົນໃຈຕິດຕໍ່ສອບຖາມໄດ້ທີ່ Contact : +856 20 55418059 ແລະ ອີເມວ  Email terntane@hotmail.com                     

ໂຮງງານປາແດກ ໂຮງງານປາແດກຮຸ່ງເຮືອງສິນ ໂຮງງານປາແດກລາວ ປາແດກລາວ

ນາງ ວິໄລສິນ ເຕີມຕານ ເຈົ້າຂອງໂຮງງານປາແດກຮຸ່ງເຮືອງສິນ ໄດ້ເລີ່ມຕົ້ນປຸງແຕ່ງປາແດກມາແຕ່ປີ 1987 ເຮັດຜິດ ເຮັດຖືກຢູ່ປະມານສາມປີ ຜູ້ເປັນສາມີ ທີ່ປະກອບອາຊີບ ເປັນກຳມະກອນປະຈຳເຮືອທີ່ທ່າເຮືອຫລັກສີ່ ຈິ່ງໄດ້ຕັດສິນໃຈມາ ຊ່ວຍໃນການຜະລິດສູດໂດຍການລົງມືຊ່ອຍຢ່າງເຕັມທີ່ຈົນຮອດປີ 1992 ປາແດກຂອງຄອບຄົວ ເຕີມຕານກໍຕີຕະຫລາດ ສວນນມອນເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຮັດໃຫ້ກໍ່ເກີດກຳລັງໃຈໃນການຂະຫຍາຍການຜະລິດດ້ວຍເງິນ ທຶນ  20.000.000 ກີບ (ຊາວລ້ານກີບ) ທີ່ໄດ້ກູ້ຢືມຈາກທະນາຄານສົ່ງເສີມກະສີກຳສົມທົບກັບເງິນທ້ອນໄວ້ຈຳນວນ ໜຶ່ງຈິ່ງໄດ້ໝັກປາແດກ ແລະ ສ້າງສາງນ້ອຍໜຶ່ງຫລັງ. ຕໍ່ຈາກນັ້ນ ຈິ່ງໄດ້ມີຜະລິດພັນອອກມາສູ່ຕະຫລາດນັບມື້ນັບເພິ່ມ ຂື້ນ ແລະ ຂາຍດີມີລູກຄ້າປະຈຳຫລາຍຂຶ້ນທັງຜູ້ຊື້ໄປບໍລິໂພກໃນຄົວເຮືອນເອງ, ຮ້ານອາຫານ ແລະ ມີຜູ້ມາຮັບໄປຂາຍຕໍ່.   ຈາກນັ້ນ, ຈິ່ງດຳເນີນການ ຂໍຂື້ນທະບຽນ ເຮັດກາໝາຍຜະລິດຕະພັນ ແລະ ຂໍອະນຸຍາດ ສ້າງຕັ້ງເປັນໂຮງງານຂະໜາດ ນ້ອຍ ໃນປີ 2007 ຫລັງຈາກນັ້ນ ຍິ່ງເຮັດໃຫ້ປາແດກຂອງ ນາງ ວິໄລສິນ ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກຢ່າງກ້ວາງຂວາງ   ກ່ວາເກົ່າ. ນາງ ວິໄລສິນ ເຕີມຕານ ໄດ້ໃຫ້ຮູ້ວ່າ ການຍອມຮັບ  ໃນຜະລິດຕະພັນຂອງລູກຄ້າພາໃຫ້ໄປເຖິງຂັ້ນສະເໜີເປັນ ສິນຄ້າໂອດ໊ອບ" ໜຶ່ງເມືອງໜຶ່ງຜະລິດຕະພັນ "ໂດຍການເອົາໃຈໃສ່ແນະນຳຂອງອຳນາດການປົກຄອງແຕ່ລະຂັ້ນທັງພາກ
ວິຊາການຂອງລັດ ທີ່ລົງມາໃກ້ຊິດຕິດຕາມກວດກາ ຂັ້ນຕອນການຜະລິດແລະ ຄຸນະພາບຂອງປາແດກ ຈິ່ງໄດ້ຮັບກາໝາຍ ໂອດ໊ອບ ຄືດັ່ງກ່າວໃນວັນທີ 22 ມີຖຸນາ 2013 ນີ້ ຍິ່ງເປັນກຳລັງໃຈເຮັດໃຫ້ຄອບຄົວ ເຕີມຕານ ມີຄວາມມຸ່ງໝັ້ນສ້າງຜະ ລິດຕະພັນອາຫານທີ່ເປັນເອກະລັກສະເພາະຂອງລາວເຮົາ ແລະ ສາມາດ ເວົ້າໄດ້ວ່າ ປາແດກ ຂອງໂຮງງານຮຸ່ງເຮືອງສິນ
ມີຄວາມພິເສດແຕກຕ່າງດ້ານວິທີປຸງແລະເປັນລົດຊາດປາແດກລາວແທ້ໆ”.ປັດຈຸບັນ ຜະລິດຕະພັນຂອງໂຮງງານປາແດກ ຮຸ່ງເຮືອງສິນ ປະກອບມີນໍ້າປາແດກ, ປາແດກນໍ້າຕ່ອນ, ປາແດກໜຽວ, ປາແດກຝຸ່ນ ມີຫລາຍຂະໜາດ ຊຶ່ງຈຳໜ່າຍອອກ ສູ່ຕະຫລາດມື້ໜຶ່ງປະມານ 600-800 ກ.ກໃນລາຄາຕັ້ງແຕ່ 7.000-100.000 ກີບຕໍ່ໜຶ່ງກິໂລກຼາມ ນອກນັ້ນ,ຍັງມີ ຜະລິດຕະພັນອື່ນໆອີກເຊັ່ນນ້ຳແຈ່ວປາແດກເຄື່ອງ ນ້ຳແຈ່ວຊີ້ນດາດນໍ້າແຈ່ວຊີ້ນຈຸ່ມ, ແຈ່ວພັນຢໍ່, ແຈ່ວພັນ ຫອຍແຄງ ໂດຍຮັບປະກັນ ບໍ່ໄດ້ໃຊ້ສານກັນບູດ ຫຼື ສານເຄມີຕ່າງໆ ແລະ ຜ່ານການກວດກາໂດຍກົມອາຫານ ແລະ ຢາ ຈາກກະຊວງ ສາທາລະນະສຸກ ຊຶ່ງຂັ້ນຕອນການຜະລິດແມ່ນເນັ້ນຄວາມສະອາດເປັນຫລັກ.