ປາແດກລາວ ປາແດກຮຸ່ງເຮືອງສິນ

ປາແດກລາວ ປາແດກຮຸ່ງເຮືອງສິນ
ປາແດກລາວ ໂຮງງານປາແດກລາວ ໂຮງງານປາແດກຮຸ່ງເຮືອງສິນ

วันเสาร์ที่ 25 เมษายน พ.ศ. 2558

ໂຮງງານປາແດກ ໂຮງງານປາແດກຮຸ່ງເຮືອງສິນ ໂຮງງານປາແດກລາວ ປາແດກລາວ

ນາງ ວິໄລສິນ ເຕີມຕານ ເຈົ້າຂອງໂຮງງານປາແດກຮຸ່ງເຮືອງສິນ ໄດ້ເລີ່ມຕົ້ນປຸງແຕ່ງປາແດກມາແຕ່ປີ 1987 ເຮັດຜິດ ເຮັດຖືກຢູ່ປະມານສາມປີ ຜູ້ເປັນສາມີ ທີ່ປະກອບອາຊີບ ເປັນກຳມະກອນປະຈຳເຮືອທີ່ທ່າເຮືອຫລັກສີ່ ຈິ່ງໄດ້ຕັດສິນໃຈມາ ຊ່ວຍໃນການຜະລິດສູດໂດຍການລົງມືຊ່ອຍຢ່າງເຕັມທີ່ຈົນຮອດປີ 1992 ປາແດກຂອງຄອບຄົວ ເຕີມຕານກໍຕີຕະຫລາດ ສວນນມອນເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຮັດໃຫ້ກໍ່ເກີດກຳລັງໃຈໃນການຂະຫຍາຍການຜະລິດດ້ວຍເງິນ ທຶນ  20.000.000 ກີບ (ຊາວລ້ານກີບ) ທີ່ໄດ້ກູ້ຢືມຈາກທະນາຄານສົ່ງເສີມກະສີກຳສົມທົບກັບເງິນທ້ອນໄວ້ຈຳນວນ ໜຶ່ງຈິ່ງໄດ້ໝັກປາແດກ ແລະ ສ້າງສາງນ້ອຍໜຶ່ງຫລັງ. ຕໍ່ຈາກນັ້ນ ຈິ່ງໄດ້ມີຜະລິດພັນອອກມາສູ່ຕະຫລາດນັບມື້ນັບເພິ່ມ ຂື້ນ ແລະ ຂາຍດີມີລູກຄ້າປະຈຳຫລາຍຂຶ້ນທັງຜູ້ຊື້ໄປບໍລິໂພກໃນຄົວເຮືອນເອງ, ຮ້ານອາຫານ ແລະ ມີຜູ້ມາຮັບໄປຂາຍຕໍ່.   ຈາກນັ້ນ, ຈິ່ງດຳເນີນການ ຂໍຂື້ນທະບຽນ ເຮັດກາໝາຍຜະລິດຕະພັນ ແລະ ຂໍອະນຸຍາດ ສ້າງຕັ້ງເປັນໂຮງງານຂະໜາດ ນ້ອຍ ໃນປີ 2007 ຫລັງຈາກນັ້ນ ຍິ່ງເຮັດໃຫ້ປາແດກຂອງ ນາງ ວິໄລສິນ ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກຢ່າງກ້ວາງຂວາງ   ກ່ວາເກົ່າ. ນາງ ວິໄລສິນ ເຕີມຕານ ໄດ້ໃຫ້ຮູ້ວ່າ ການຍອມຮັບ  ໃນຜະລິດຕະພັນຂອງລູກຄ້າພາໃຫ້ໄປເຖິງຂັ້ນສະເໜີເປັນ ສິນຄ້າໂອດ໊ອບ" ໜຶ່ງເມືອງໜຶ່ງຜະລິດຕະພັນ "ໂດຍການເອົາໃຈໃສ່ແນະນຳຂອງອຳນາດການປົກຄອງແຕ່ລະຂັ້ນທັງພາກ
ວິຊາການຂອງລັດ ທີ່ລົງມາໃກ້ຊິດຕິດຕາມກວດກາ ຂັ້ນຕອນການຜະລິດແລະ ຄຸນະພາບຂອງປາແດກ ຈິ່ງໄດ້ຮັບກາໝາຍ ໂອດ໊ອບ ຄືດັ່ງກ່າວໃນວັນທີ 22 ມີຖຸນາ 2013 ນີ້ ຍິ່ງເປັນກຳລັງໃຈເຮັດໃຫ້ຄອບຄົວ ເຕີມຕານ ມີຄວາມມຸ່ງໝັ້ນສ້າງຜະ ລິດຕະພັນອາຫານທີ່ເປັນເອກະລັກສະເພາະຂອງລາວເຮົາ ແລະ ສາມາດ ເວົ້າໄດ້ວ່າ ປາແດກ ຂອງໂຮງງານຮຸ່ງເຮືອງສິນ
ມີຄວາມພິເສດແຕກຕ່າງດ້ານວິທີປຸງແລະເປັນລົດຊາດປາແດກລາວແທ້ໆ”.ປັດຈຸບັນ ຜະລິດຕະພັນຂອງໂຮງງານປາແດກ ຮຸ່ງເຮືອງສິນ ປະກອບມີນໍ້າປາແດກ, ປາແດກນໍ້າຕ່ອນ, ປາແດກໜຽວ, ປາແດກຝຸ່ນ ມີຫລາຍຂະໜາດ ຊຶ່ງຈຳໜ່າຍອອກ ສູ່ຕະຫລາດມື້ໜຶ່ງປະມານ 600-800 ກ.ກໃນລາຄາຕັ້ງແຕ່ 7.000-100.000 ກີບຕໍ່ໜຶ່ງກິໂລກຼາມ ນອກນັ້ນ,ຍັງມີ ຜະລິດຕະພັນອື່ນໆອີກເຊັ່ນນ້ຳແຈ່ວປາແດກເຄື່ອງ ນ້ຳແຈ່ວຊີ້ນດາດນໍ້າແຈ່ວຊີ້ນຈຸ່ມ, ແຈ່ວພັນຢໍ່, ແຈ່ວພັນ ຫອຍແຄງ ໂດຍຮັບປະກັນ ບໍ່ໄດ້ໃຊ້ສານກັນບູດ ຫຼື ສານເຄມີຕ່າງໆ ແລະ ຜ່ານການກວດກາໂດຍກົມອາຫານ ແລະ ຢາ ຈາກກະຊວງ ສາທາລະນະສຸກ ຊຶ່ງຂັ້ນຕອນການຜະລິດແມ່ນເນັ້ນຄວາມສະອາດເປັນຫລັກ.

ไม่มีความคิดเห็น:

แสดงความคิดเห็น